OUDOMXAY PUBLIC NHEALTH SCHOOL
ໂຮງຮຽນສາທາລະນະສຸກອຸດົມໄຊ
ໂຮງຮຽນສາທາລະນະສຸກອຸດົມໄຊ
1. ສະພາບລວມ ແລະ ຈຸດພິເສດ
ໂຮງຮຽນສາທາລະນະສຸກອຸດົມໄຊ ແມ່ນສະຖານການສຶກສາ ສາທາລະນະສຸກ ທີ່ໄດ້ອະນຸມັດໃຫ້ສ້າງຕັ້ງຂື້ນໂດຍກະຊວງສາທາທາລະນະສຸກ ແລະ ກະຊວງສຶກສາ ແລະ ກິລາ. ສາຍຕັ້ງຂຶ້ນກັບກະຊວງສາທາລະນະສຸກ ພາຍໃຕ້ການຊີ້ນຳຂອງກົມຈັດຕັ້ງ ແລະພະນັກງານ ທາງດ້ານວິຊາການຕ່າງໆ;ສາຍຂວາງຂຶ້ນກັບແຂວງ ທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະງົບປະມານ ໃຕ້ການຄຸ້ມຄອງ ຂອງພະແນກສາທາລະນະສຸກແຂວງ. ມີບົດບາດ ແລະ ໜ້າທີ່ໃນການກໍ່ສ້າງ ແລະ ພັດທະນາບຸກຄະລະກອນສາທາລະນະສຸກ ສາຂາຫຼັກສູດ ພະຍາບານ ແລະ ຜະດຸງຄັນ ເພື່ອຕອບສະໜອງໃຫ້ບັນດາແຂວງພາກເໜືອ ຕາມການມອບໝາຍຂອງກະຊວງສາທາລະນະສຸກ. ຈັດຕັ້ງປະຕິບັດຕາມແຜນພັດທະນາສາທາລະນະສຸກໃນແຜນງານທີ 5 ແຜນງານຄຸ້ມຄອງ, ພັດທະນາພະນັກງານ ແລະ ຄົ້ນຄວ້າວິທະຍາສາດສາທາລະນະສຸກ.
ສະຖານທີ່: ຕັ້ງຢູ່ບ້ານລ້ອງກໍເດື່ອ ເມືອງໄຊ ແຂວງອຸດົມໄຊ
ສະຖານທີຕັ້ງ ເປັນຈຸດໃຈກາງຂອງເທດສະບານແຂວງອຸດົມໄຊ, ໃກ້ກັບໂຮງໝໍແຂວງປະມານ 500-800ແມັດ ແລະ ຢູ່ໃກ້ສໍານັກງານຫ້ອງການອື່ນໆ ມີສະດວກສະບາຍໃນການພົວພັນປະສານວຽກງານ;ເນື້້ອທີ່ດິນທັງໝົດ 4,4 ເຮັກຕາແມັດ ໃນນັ້ນ
1. ເນື້ອທີ່ດິນປຸກສ້າງອາຄານ 6,203 ມ2
2. ເນື້ອທີ່ດິນນໍາໃຊ້ເຂົ້າໃນກິດຈະກຳນອກຫຼັກສູດ 10,320 ມ2
3. ເນື້ອທີ່ດິນເປົ່າຫວ່າງ 44,621 ມ2
2. ຂໍ້ມູນການຕິດຕໍ່ສື່ສານ
- ເບີໂທລະສັບ + ແຟັກ ຂອງສະຖາບັນ 081 211 913
- Facebook ຂອງສະຖາບັນ: ໂຮງຮຽນສາທາລະນະສຸກອຸດົມໄຊ
3. ວິໄສທັດ ແລະ ພັນທະກິດ
3.1 ວິໄສທັດ
“ເປັນສູນກາງ ການສຶກສາສາທາລະນະສຸກພາກເໜືອທີ່ມີຄຸນນະພາບທາງດ້ານວິຊາການ ຕາມມາດຕະຖານລະດັບຊາດ”
3.2 ພັນທະກິດ
1) ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ ຄູອາຈານ ແລະ ນັກສຶກສາໃຫ້ໜັກແໜ້ນ;
2) ພັດທະນາຄວາມສາມາດຂອງຄູອາຈານ ໃຫ້ເປັນຜູ້ນຳທາງດ້ານການສອນ, ເປັນນັກຄົ້ນຄວ້າວິທະຍາສາດສາທາລະນະສຸກ ຕະຫຼອດເຖິງການຍົກລະດັບຕຳແໜ່ງວິຊາການຂອງຄູອາຈານ;
3) ສົ່ງເສີມຄວາມເປັນເຈົ້າການໃນການຮຽນຮູ້ຂອງນັກສຶກສາ ຄຽງຄູ່ກັບການມີຈັນຍາບັນ ຈັນຍາທຳ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ;
4) ສົ່ງເສີມຫົວຄິດປະດິດສ້າງຂອງນັກສຶກສາໃນການບໍລິການດ້ານວິຊາການແກ່ສັງຄົມ;
5) ພັດທະນາການບໍລິຫານຈັດການວຽກງານ ຕາມວົງຈອນ PDCA(ແຜນ-ຈັດຕັ້ງປະຕິບັດ-ທົບທວນ-ວາງແຜນປັບປຸງ);
6) ປັບປຸງໂຄງລ່າງພື້ນຖານ ແລະ ສະພາບແວດລ້ອມ ທີ່ເອື້ອອຳນວຍແກ່ການຮຽນຮູ້ຂອງນັກສຶກສາ;
7) ປະກັນຄຸນນະພາບການສຶກສາຈາກພາຍໃນ-ພາຍນອກ ແລະ ພັດທະນາລະບົບວັດປະເມີນຜົນການຮຽນ-ການສອນ ໃຫ້ມີຄວາມໂປ່ງໃສຖືກຕ້ອງ;
8) ຍົກລະດັບນາມມະຍົດຂອງໂຮງຮຽນເປັນ ວິທະຍາໄລ ວິທະຍາສາດ ສຸຂະພາບ;
ສົ່ງເສີມການພົວພັນຮ່ວມມືກັບສະຖານການສຶກສາສາທາລະນສຸກພາຍໃນ ແລະ ຕ່າງປະເທດ.